ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູ​ແກຼນ ຕິດ​ຕັ້ງ​ປືນ​ໃຫຍ່​ຕ້ານ​ເຄື່ອງບິນ​ໃສ່​ລົດ​ຫຸ້ມ​ເກາະ M113

     ສຳນັກ​ຂ່າວ​ຫວຽດນາມ ​ລາຍ​ງານ​ໃຫ້​ຮູ້​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ກອງທັບ​ອູ​ແກຣນ​ ໄດ້​ຕິດ​ຕັ້ງ​ປືນໃຫຍ່ສອງ​ລຳ​ກ້ອງໃສ່​ລົດ​ຫຸ້ມ​ເກາະ M113
ທີ່​ປະເທດ​ພັນທະ​ມິດ​ຂອງ​ອູ​ແກຣນ​ ໄດ້​ມອບໃຫ້. ​ປືນ​ໃຫຍ່ ດັ່ງກ່າວ​ມີ​ຊື່ວ່າ: ZU-23-2 ເປັນ​ປືນ​ໃຫຍ່​ອັດຕະໂນມັດ​ສອງ​ລຳ​ກ້ອງ ​ຂະໜາດ 23
ມມ ທີ່​ຖືກ​ພັດທະນາ​ໂດຍ​ອະດີດສະຫະພາບ​ໂຊ​ວຽດ​ ໃນ​ປີ 1960 ແລະ ຍັງ​ໃຊ້​ໄດ້ໃນ​ທຸກ​ມື້ນີ້. ປືນ​ໃຫຍ່​ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ບິນ​ຕໍ່າ​ໃນໄລ
ຍະ​ຫ່າງ
2,5 ກິໂລແມັດ ແລະ ລົດ​ຫຸ້ມ​ເກາະ​ໃນ​ໄລຍະ​ທາງ 2 ກິໂລແມັດ. ເຖິງ​​ວ່າ​ເປັນ​ອາວຸດ​ເກົ່າ​ແຕ່ ZU-23-2 ຍັງ​ຖືກ​ນຳ​ໃຊ້​ໂດຍ​ກອງທັບ
​ຣັດ​ເຊຍ ແລະ ກອງທັບ ​ຫຼາຍ​ກວ່າ 20 ປະເທດ ​ໃນ​ທົ່ວ​ໂລກ​ທີ່ຍັງໃຊ້​ຢູ່​ເນື່ອງ​ຈາກ​ລາຄາ​ຕ່ຳ ແລະ ສະດວກ​ໃນ​ການ​ປະຕິບັດການ.ປືນ​ໃຫຍ່​ ຊະ
ນິດ​ນີ້​ມັກ​ຈະ​ຖືກ​ຕິດ​ຕັ້ງ​ໃສ່ລົດ​ບັນທຸກ ​ຫຼື​ ຍານພາຫະນະ​ຕິດຕາມ ​ແລະ​ ຍັງ​ຖືກ​ນຳ​ໃຊ້​ໃນ​ກອງທັບ​ເຮືອ​ອີກ​ດ້ວຍ. ເມື່ອປືນໃຫຍ່ ZU-23-2
ແລະ ລົດ​ຫຸ້ມ​ເກາະ M113 ມາ​ສົມທົບ​ເຂົ້າກັນ​ແລ້ວ​ຈະເປັນ​ລະບົບ​ປ້ອງ​ກັນ​ໃພ​ທາງ​ອາກາດ​ເຄື່ອນ​ ເຊີ່ງທີ່​​ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ທາງ​ອາກາດ​ໄດ້​
ເຊັ່ນ: ຄື່ອງບິນ​ທີ່​ບິນ​ຕໍ່າ ແລະ ເຄື່ອງບິນ​ບໍ່​ມີ​ຄົນ​ຂັບ. ນອກ​ນັ້ນ​​, ຍັງ​ເປັນປືນກົນໜັກ ເພື່ອຍິງ​ສະໜັບສະໜູນ​ທະຫານ​ບົກ​ໄດ້​ອີກ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/01/2024